ແຂວງຫຼວງພຣະບາງ


      "ຫຼວງພຣະບາງເມືອງງາມ ອາຮາມຮຸ່ງ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງກ້ຽວຄຳຫວານ ຕຳນານເມືອງຂັບທຸ້ມ ງາມພູຕັ້ງກາງເມືອງ ເລືອງລືວັດທະນະທຳ ເອາະຫຼາມໃສ່ສະຄານ ງາມຊ່ວງເຮືອເດືອນເກົ້າ ວັດເກົ່າແກ່ມາກມີ ຕາດກວາງຊີຖ້ຳຕິ່ງ ເປັນມິ່ງເມືອງມໍລະດົກໂລກ"

   ຫຼວງພຣະບາງ ເປັນໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກພາກເໜືອຂອງ ສ.ປ.ປ ລາວ ມີເນື້ອທີ່ປະມານ 18.000ກິໂລຕາແມັດ. ມີພົນລະເມືອງປະມານ 4ແສນກວານຄົນ ແລະ ປະກອບດ້ວຍ12ເມືອງຄື: ເມືອງຫຼວງພຣະບາງ, ເມືອງຊຽງເງີນ, ເມືອງນານ, ເມືອງປາກອູ, ເມືອງນ້ຳບາກ, ເມືອງອຍ, ເມືອງປາກແຊງ, ເມືອງໂພນໄຊ, ເມືອງຈອມເພັດ, ເມືອງວຽງຄຳ, ເມືອງໂພນທອງ ແລະ ເມືອງພູຄູນ. ແຂວງຫຼວງພຣະບາງເປັນແຂວງທີ່ໃຫຍ່ກວ່າໝູ່ໃນຈຳນວນ 8ແຂວງພາກເໜືອ ແລະ ມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ເປັນແຂວງທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດມາຢ້ຽມຢາມກໍ່ຕ່າງພາກັນຫຼົງໄຫຼ, ຕິດໃຈ ແລະ ຢາກຫວນຄືນມາອີກ.
    ຫຼວງພຣະບາງມີສິ່ງເຮັດໃຫ້ໂດດເດັ່ນ ແລະ ແຕກຕ່າງຈາກບ່ອນອື່ນແມ່ນ ປະເພນີ-ວັດທະນະທຳ ແລະ ວິຖີຂອງການດຳລົງຊີວິດແບບດັ້ງເດີມຂອງຊາວ "ເມືອງຫຼວງ" ລວມທັງສາຖາປັດຕະຍະກຳອັນເກົ່າແກ່ທີ່ຮັກສາໄວ້ເປັນຢ່າງດີ.



   ຫຼວງພຣະບາງຖືກຮັບຮອງເອົາເປັນເມືອງມໍລະດົກໂລກໂດຍອົງການຢູເນສໂກ ແຕ່ປີ1995ເປັນຕົ້ນມາ. ບໍ່ພຽງແຕ່ທໍ່ນີ້, ແຂວງຫຼວງພຣະບາງ ຍັງມີອາຫານພື້ນເມືອງທີ່ເປັນເອກະລັກ ແລະ ມີຊື່ສຽງໂດ່ງດັງ ບໍ່ວ່າຈະເປັນເອາະຫຼາມ, ແຈ່ວບອງ, ໄຄແຜ່ນ, ເຂົ້າໜົມຂີ້ໝູ ແລະ ໄສ້ອົ່ວແຊບໆ ທີ່ໃຜໆໄດ້ກິນກໍຈະຕ້ອງຕິດໃຈ ແລະ ຊື້ຕິດໄມ້ຕິດມືກັບໄປນຳ.


      ສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງຫຼວງພຣະບາງມີຄື: ວັດຊຽງທອງ, ວັດວິຊຸນ, ຫໍພິພິທະພັນຫຼວງພຣະບາງ(ພະຣາຊະວັງເກົ່າ), ພຣະທາດພູສີ, ວັດໃໝ່, ວັດທາດ, ວັດແສນ, ຕະຫຼາດກາງຄືນ, ຕະຫຼາດເຊົ້າ, ຕະຫຼາດໂພສີ, ຕາດແສ້, ຕາດກວາງຊີ, ຖ້ຳຕິ່ງ, ວັດໂພນເພົາ, ໜອງຂຽວ-ເມືອງງອຍເກົ່າ ແລະ ສະຖານທີ່ອື່ນໆອີກຫຼາຍບ່ອນ.








ເຊີນທຸກທ່ານມາທ່ອງທ່ຽວແຂວງຫຼວງພຣະບາງເມືອງງາມອາຮາມຮຸ່ງ
ຂໍຂອບໃຈທຸກທ່ານທີ່ຕິດຕາມຮັບຊົມ
ຊ່ວຍກົດໄລນ໌ກົດແຊຣ໌ໃຫ້ແດ່ເດີ

ความคิดเห็น

บทความที่ได้รับความนิยม