ບຸນກອງຫຼົວ

ບຸນກອງຫຼົວ(ກອງໂຫຼ) ຫຼື ບຸນຫຶງໄຟພຣະເຈົ້າ


ເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ນັບຖືສາສະໜາພຸດມາແຕ່ເຫິງນານ ແລະ ມີຮີດຄອງປະເພນີທີ່ເປັນເອກະລັກກຂອງຕົນເອງເຊັ່ນວ່າ: ບຸນກອງໂຫຼ, ບຸນກອງເຂົ້າ, ທານທັມຫຼວງ (ບຸນພຣະເຫວດ), ບຸນປອຍ(ບັນພະຊາສາມະເນນ-ອຸປະສົມບົດພຣະພິກຂຸ), ສະຫຼາກ25-ສະຫຼາກສ້ອຍ ແລະ ບຸນອື່ນໆ. ໃນມໍ່ໆທີ່ຈະມາເຖິງນີ້ກໍຈະແມ່ນບຸນກອງໂຫຼນັ້ນເອງ.

ຄຳວ່າ: ກອງຫຼົວໝາຍເຖິງກອງຟືນທີ່ນຳເອົາໄມ້ມາກໍ່ກອງກັນຂື້ນໃຫ້ມີຮູບຮ່າງທີ່ສວຍງາມແຕກຕ່າງກອງຟືນທຳມະດາ(ຫຼົວ ຫຼື ໂຫຼ ປັນພາສາລື້ ເຊິ່ງແປວ່າ: ຟືນໃນພາສາລາວ). ໄມ້ທີ່ນຳມາເຮັດກອງຫຼົວຈະຕ້ອງເປັນໄມ້ທີ່ມີໃຈ(ເສັ້ນຜ່າໃຈກາງ), ມີເປືອກທີ່ສາມາດປອກອອກໄດ້ ພິເສດກໍຄືໄມ້ທີ່ນຳມາເຮັດຫຼົວຕ້ອງເປັນໄມ້ສີຂາວເທົ່ານັ້ນ ເປັນຕົ້ນແມ່ນໄມ້ກ້ອມຕ໋າ(ໄມ້ທີ່ມີໜາມແຕ່ກົກຈົນເຖິງປາຍ), ໄມ້ໝາກຄ໊ອມ, ໄມ້ກ້າງປາ, ໄມ້ສາ... ໄມ້ທີ່ນໍາມາເຮັດຫຼົວນີ້ຕ້ອງເອົາຄົບຕາມຈຳນວນຄົນໃນຄອບຄົວ ບໍ່ພໍແຕ່ທໍ່ນີ້ຍັງເອົາເຜື່ອສັດລ້ຽງຂອງຕົນອີກດ້ວຍ.
ຫຼັງຈາກຕັດມາແລ້ວຕ້ອງໄດ້ໄດ້ປອກເປືອກພ້ອມເພື່ອໃຫ້ແຫ້ງໄວ ແລະ ເຮັດໃຫ້ໄຟຈູດຕິດງ່າຍ ເມື່ອໄດ້ຄົບຕາມຈຳນວນທີ່ຕ້ອງການແລ້ວກໍນຳມາຕາກໄວ້ກ່ອນຈະຮອດມື້ກໍ່ກອງຫຼົວຢ່າງໜ້ອຍ 1ອາທິດເພື່ອໃຫ້ໄມ້ແຫ້ງ.
 ບຸນກອງຫຼົວຈັດຂື້ນໃນເດືອນຈຽງເພັງເຖິງເດືອນສາມເພັງ(ຂື້ນກັບຄວາມພ້ອມ ຫຼື ຄວາມເໝາະສົມຂອງແຕ່ລະເຂດ) ເດືອນຈຽງເປັນເດືອນທີ່ເລີ່ມມີອາກາດທີ່ໜາວເຢັນ ຊາວໄຕລື້ມີຄວາມເຊື່ອວ່າ: ພຣະເຈົ້າ(ອົງພຣະສັມາສັມພຸທະເຈົ້າ) ຫຼື ພຣະພຸດທະຮູບໃນວິຫານກໍຮູ້ສຶກເຖິງຄວາມໜາວເຢັນເຊັ່ນດຽວກັນກັບຄົນເຮົາ ຈຶ່ງພາກັນຫາໄມ້ມາກໍ່ກອງເຜົາຫຶງໃຫ້ເກີດຄວາມອົບອຸ່ນຂື້ນ. ປະເພນີ້ເກີດຂື້ນສອດຄອງກັບບໍລິບົດທາງສະພາບແວດລ້ອມເນື່ອງຈາກວ່າໃນດິນແດນພາກເໜືອຂອງປະເທດລາວເປັນພື້ນທີ່ມີຄວາມໜາວເຢັນຫຼາຍພໍສົມຄວນ ລວມທັງມີປ່າໄມ້ທີ່ອຸດົມສົມບູນໄປດ້ວຍຕົ້ນໄມ້ທີ່ໃຫຍ່ ແລະ ຕຶບໜາພ້ອມທັງມີແມ່ນ້ຳລຳເຊຢູ່ຫຼາຍສາຍ ເຮັດໃຫ້ມີຄວາມຊຸ່ມຊື່ນສູງ. ການຫຶງໄຟນອກຈາກຈະໃຫ້ຄວາມອົບອຸ່ນແກ່ຮ່າງກາຍແລ້ວ ຍັງຂັບໄລ່ອາກາດທີ່ເປັນສາເຫດຂອງການເຈັບປວດ. (ຫຶງແປວ່າ: ຝຶງໃນພາສາລາວນັ້ນເອງ)

ຈຸດປະສົງຂອງການເຮັດບຸນກອງຫຼົວກໍເພື່ອເປັນການເສຍເຄາະເຂັນເນື່ອງຈາກຈະກ້າວເຂົ້າສູ່ປີໃໝ່ຟ້າໃໝ່ແລ້ວ ຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ ສັບພະໂສກສັບພະໂລກ ສັບພະໄພທັງມວນໃຫ້ຕົກໄປນໍາໄຟໄຫຼໄປນໍານໍ້າ ຕົກໄປນຳປີເກົ່າ ລ່ວງໄປນຳປີຫຼັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.
ໄລຍະການເຮັດບຸນມີດັ່ງນີ້:

13ຄໍ່າ ເປັນມື້ຫ້າງຫາກະກຽມຕ່າງໆ 14ຄໍ່າ ຕອນເຊົ້າຕັ້ງກອງຜ້າປ່າ, ຕອນບ່າຍແຫ່ຜ້າປ່າເຂົ້າວັດ.

15ຄໍ່າ ຕອນເຊົ້າໃສ່ບາຕຍາດນ້ຳ-ທານບັກສິນ( ທານແບບໄລຍະກາງພັນສາປະເພນີໄຕລື້), ຕອນບ່າຍຟັງເທດອານິສົງກອງຫຼົວ, ມັດທີ, ນະຄອນ, ຟັງເທສນິປານະສູຕເຮືອນນ້ອຍ[ຖ້າມີ], ຖວາຍທານຕ່າງໆໂດຍສະເພາະແມ່ນກອງຫຼົວ-ບັ້ງໄຟຂີ໊(ບັ້ງໄຟນ້ອຍຖ້າມີ) ແລະ ໃນຕອນຄ່ຳວຽນກອງຫຼົວສາມຮອບແລ້ວກໍເລີ່ມຈູດ...ເປັນອັນວ່າສິ້ນສຸດປະເພນີຫຶງໄຟພຣະເຈົ້າ.
            “ຕານເຂົ້າໃໝ່  ຫຶງໄຟພຣະເຈົ້າ”
ໝາຍເຫດ: ໃຜມີຂໍ້ມູນເພີ່ມສາມາດສົ່ງເຂົ້າມາໄດ້.
ປລ: ເປັນຄວາມເຊື່ອສ່ວນບຸກຄົນ.


ความคิดเห็น

บทความที่ได้รับความนิยม