ຄວາມເປັນມາຂອງບຸນເຂົ້າປະດັບດິນ
ບຸນເຂົ້າປະດັບດິນ(ບຸນເດືອນເກົ້າ)
=> ຄວາມໝາຍ ແລະ ຄວາມສຳຄັນ:
ຄຳວ່າ: ''ບຸນເຂົ້າປະດັບດິນ" ຕາມຄວາມພົດຈະນານຸກົມໃຫ້ຄວາມມາຍໄວ້ວ່າ: ຂອງເລັກໆ-ນ້ອຍໆ ທີ່ເອົາໄປບູຊາຕາມຕົ້ນໂພ ແລະ ເຈດີເວລາເຊົ້າມືດເດືອນເກົ້າ ຫຼື ໝາຍເອົາອາຫານຫວານຄາວ, ໝາກພູ, ຢາສູບ... ຈັດໃສ່ກະໂທງ ຫຼື ພາຊະນະອື່ນໆ. ວ່າງໄວ້ຕາມໂຄນດິນ ຫຼື ເທິງຕົນໄມ້ ເພື່ຶອເປັນການບູຊາດວງວິນຍານຂອງບັນພະບູລຸດ...
<= ມູນເຫດ ແລະ ຄວາມເປັນມາ =>:
ເນື່ອງຈາກວ່າຄົນລາວເຮົາມີຄວາມເຊຶ່ອຕໍ່ກັນມາແຕ່ບູຮານແລ້ວ ວ່າກາງຄືນຂອງເດືອນເກົ້າດັບ (ວັນແຮມ 14 ຄໍ່າເດືອນ 9 ດັບ) ເປັນວັນທີ່ປະຕູນາຮົມເປີດ ຍົມມະບານໄດ້ປ່ອຍໃຫ້ຜີນາຮົມອອກມາຢ້ຽມຍາດພີ່ນ້ອງໃນໂລກມະນຸດໃນຄືນນີ້ຄືນດຽວເທົ່ານັ້ນໃນຮອບປີ ດັ່ງນັ້ນ, ຈຶ່ງຈັດຫໍ່ເຂົ້າໄວ້ໃຫ້ແກ່ຍາດພີ່ນ້ອງທີ່ຕາຍໄປແລ້ວ ຖືວ່າເປັນງານບຸນເພື່ອອຸທິດສ່ວນບຸນກຸສົນ ໃຫ້ແກ່: ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ໃນຄຳພີທາງສາສະໜາພຸດກ່ຽວກັບ ເລື່ອງເຜດພຣະເຈົາພິມ ພິສານ ວ່າໃນຄັ້ງພຸດທະການພີ່ນ້ອງຂອງ ພຣະເຈົ້າພິມ ພິສານ ລກກິນຂອງສົງ ເມື່ອເວລາຕາຍແລ້ວໄປເກີດເປັນເຜດ ເມື່ອ ພຣະເຈົ້າພິມ ພິສານ ຖວາຍທານ ແກ່ພຣະພຸດທະເຈົ້າ ແລະ ພຣະພິກຂຸສົງ ແລ້ວບໍ່ໄດອຸທິດສ່ວນບຸນ ໄປໃຫ້ບັນດາເຜດທີ່ເປັນຍາດເຫຼົ່ານັ້ນ ເມື່ອເຜດບໍ່ດ້ຮັບຜົນບຸນເຖິງເວລາກາງຄືນມາສົ່ງສຽງເປັນຕາຢ້ານ ເພື່ອຂໍສ່ວນບຸນຢູ່ໃກ້ໆທີ່ນອນຂອງພຣະເຈົ້າພິມ ພິສານ ເມື່ອພຣະເຈົ້າພິມ ພິສານຊົງໄດ້ຍິນເຊັ່ນນັ້ນພໍຮຸ່ງເຊົ້າຈຶ່ງສະເດັດໄປທູນຖາມສາເຫດຈາກພຣະພຸດທະເຈົາ ພຣະພຸດທະເຈົ້າຈຶ່ງໄດ້ຊີແຈ້ງສາເຫດໃຫ້ແກ່: ພຣະເຈົ້າພິມ ພິສານ ຊົງຮູ້ແລ້ວຈຶ່ງຖວາຍທານອຸທິດສ່ວນບຸນກຸສົນໄປໃຫ້ເຜດເຫຼົ່ານັ້ນ ຕັ້ງແຕ່ບາດນັ້ນເປັນຕົນມາເຜດເຫຼົ່ານັ້ນກໍບໍ່ມາລົບກວນອີກ ເພາະເຜດທີ່ເປັນຍາດພີ່ນ້ອງໄດ້ຮັບສ່ວນບຸນກຸສົນແລ້ວ...

ความคิดเห็น
แสดงความคิดเห็น