ແດ່ເພື່ອນ

ແດ່...ເພື່ອນ

    ຂໍຝາຫໄວ້ກັບເພື່ອນນິສິດຫ້ອງມ7ຮຸ່ນທີVIIສົກຮຽນ2016-2017ທຸກໆອົງຄ໌ ຂັດຈິຕຂໍອະໄພຂັດໃຈຂໍໂທດ ຂໍໃຫ້ເພື່ອນທຸກໆອົງຄ໌ມີອຸດົມການທີ່ໜັ້ນແໜ້ນມີຄວາມອົດທົນສູງ ເຊື່ອໝັ້ນໃນອຸດົມການຂອງຕົນເອງພວກເຮົາທຸກອົງຄ໌ຕ້ອງເດີນໜ້າຕໍ່ໄປ ຈົນກວ່າຈະໄດ້ຮັບຜົນສຳເລັດໃນທີ່ສຸດ ມະຫາໄຊຊະນະທີ່ຍິ່ງໃຫຍ່ຄື: “ການເອົາໄຊຊະນະຕົນເອງ”
    ໃນຖານະທີ່ເປັນນິສິດຂອງໂຮງຮຽນມັດທະຍົມສຶກສາສົມບູນສົງຄ໌ແຂວງໄຊຍະບູລີ ຖ້າພົບເຫັນກັນໃນຖານະທີ່ໃດກໍຕາມ ຂໍໃຫ້ເພື່ອນທຸກອົງຄ໌ຈົ່ງຍິ້ມໃຫ້ຫັນ ແລະ ທັກທາຍກັນດ້ວຍຄວາມເມດຕາຈິຕ...
     ຈາກການຮຽນຮູ້ແນວຄິດແຫ່ງປັນຍາອັນແຫລມຄົມ ເປັນການເຝີກຈິຕອັນດີເລີດ ເພາະມັນຈະເຮັດໃຫ້ປັນຍາຂອງເຮົາເກີດດອກອອກຜົນ ແລະ ເປັນການເຝີກຝົນຫລໍ່ຫລອມແນວຄິດຂອງຕົນເອງໃຫ້ມີບາດກ້າວອັນສູງສົ່ງ ຂໍໃຫ້ເພື່ອນທຸກອົງຄ໌ຈົ່ງຕັ້ງໃຈເຮັດໜ້າທີ່ຂອງຕົນເອງໃຫ້ເປັນຜູ້ນຳໃນການດຳເນີນຊີວິຕ ຄິດໃນສິ່ງທີ່ຖືກຕ້ອງ ແລະສ້າງຄຸນປະໂຫຍດໃຫ້ແກ່ຕົນເອງ ແລະ ສັງຄດ້ວຍຄວາມຕັ້ງໃຈ ພວກເຮົາທຸກຄົນສ້າງຄວາມສາມັກຄີໃນໝູ່ຄະນະ ຂະນ້ອຍເອງເຊື່ອວ່າໝູ່ເພື່ອນໝົດທຸກອົງຄ໌ ມີຄວາມຮູ້ຄວາມສາມາດມີອຸດົມການທີ່ໜັແໜ້ນ ແລະ ມີຄວາມເຊື່ອໜັ້ນໃນຕົນເອງ ແລະ ລ້ວນແລ້ວແຕ່ເປັນຜູ້ມີປັນຍາອັນລ້ຳເລີດທັງນັ້ນ ເພາະປັນຍາເປັນອາວຸດທີ່ສຳຄັນຂອງມະນຸດໃນທົ່ວໂລກ.
     ມີຄົນຈຳນວນຫລວງຫລາຍທີ່ໄດ້ວາງເປົ້າໝາຍອັນຍິ່ງໃຫຍ່ໄວ້ໃນຕໍ່ໜ້າຕົນເອງ ແລະ ກໍ່ຕໍ່ສູ້ສູ້ຊີວິຕຢ່າງພໍໃຈທັງນັ້ນຈິ່ງຈະສາມາດມີຄວາມສຸກໃນການດຳເນີນຊີວິດຢູ່ໃນສັງຄົມໄດ້ ເພາະເປົ້າໝາຍເປັນຈຸດຢືນທີ່ເຮັດໃຫ້ເຮົາບືນໄປໃສ່ດ້ວຍຄວາມພູມໃຈ ທຸກຄົນຕ້ອງມີເປົ້າໝາຍຂອງຕົນເອງເປັນແກ່ນສານໃນການເຮັດວຽກງານຢ່າງພໍອົກພໍໃຈ ພວກເຮົາທຸກຄົນຄວນໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ພົບເຫັນກັນກໍຍິ້ມໃຫ້ກັນ ຮ້ອຍຍິ້ມເປັນສິ່ງສຳຄັນສຳລັບມະນຸດທີ່ອາໄສຢູ່ໃນໂລກນີ້.
      ຂະນ້ອຍເຊື່ອວ່າເພື່ອນທຸກອົງຄ໌ມີຄວາມກ້າພໍ ມີຄວາມສາມາດພໍ ມີການຕັດສິນໃຈທີ່ແນ່ນອນ ເພາະຂະນ້ອຍໄດ້ຮູ້ໄດ້ເເຂົ້າໃຈ ກ່ຽວກັບຄວາມຄິດຂອງເພື່ອນນິສິດທກໆອົງຄ໌.
      ຂໍໃຫ້ເພື່ອນນິສິດທຸກອົງຄ໌ຈົ່ງມີແຕ່ຄວາມສຸກສົມຫວັງໂຊກດີມີຄວາມຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລໃນການດຳເນີນຊີວິດຢູ່ໃນສັງຄົມ ບໍ່ວ່າຈະຢູ່ໃນວັດ ຫລື ຢູ່ໃນບ້ານກໍຂໍໃຫ້ຢູ່ດ້ວຍຄວາມພໍໃຈ.
       ຖ້າລາສິກຂາອອກໄປ ກໍຂໍໃຫ້ເພື່ອນທຸກຄົນຈົ່ງຕັ້ງໃຈປະພຶດຕົນໃຫ້ເປັນຄົນດີຂອງສັງຄົມ ໃຫ້ສົມກັບພວກເຮົາເປັນເດັກວັດ ເປັນຄົນທີ່ເວົ້າງ່າຍສອນງ່າຍ ເປັນຄົນທີ່ໄດ້ຜ່ານການເຝີກຝົນຫລໍ່ຫລອມມາແລ້ວເອີ້ນວ່າ: “ເປັນຄົນສຸດແລ້ວ” 

                                                 ກົດໄລຣ໌ກົດແຊຣ໌ໄດ້ເດີ
                                mysomkhamsp.bologspot.comຈາກ: ສົມຄຳ ປັນຍາດີ(PYD)
     

ความคิดเห็น

บทความที่ได้รับความนิยม