ສຸດຍອດຂໍ້ອ້າງ
“ສຸດຍອດຍຂໍ້ອ້າງ”
ມີຄຳກ່າວໄວ້ວ່າ: ຜູ້ນຳມັກຈະເຫັນສິ່ງທີ່ຍັງບໍ່ເກີດຂື້ນລ່ວງໜ້າ, ຜູ້ຕາມ(ລູກນ້ອງ) ເຖິງແມ່ນວ່າຈະເຫັນກັບຕາກໍຍັງບໍ່ເຊື່ອຕາຕົນເອງ. ປະໂຫຍກນີ້ມັນກ່ຽວກັບ 5ຂ້ໍ ອ້າງຕໍ່ໄປນີ້ທີ່ຄົນທົ່ວໄປມັກໃຊ້.
1./ ບໍ່ມີເງີນ:
ບໍ່ມີເງີນ ບໍ່ແມ່ນປິໂຫຍກຄຳຖາມ. ສະນັ້ນ, ທ່ານບໍ່ມີທາງທີ່ຈະຫາຄຳຕອບໄດ້ ເພາະສິ່ງທີ່ທ່່ນຄວນຖາມຕົນເອງຄື: “ເຮົາຈະຫາເວີນດ້ວຍວິທີໃດ?”
2./ ບໍ່ມີເວລາ:
ບໍ່ມີໃຜສົນໃຈເຈົ້າດອກວ່າ: ທ່ານຈະໃຊ້ເວລາໄປກັບເລື່ອງໃດ, ຄົນອື່ນເບິ່ງພຽງແຕ່ຜົນທີ່ໄດ້ຮັບຂອງທ່ານເທົ່ານັ້ນ. ສະນັ້ນ, ຖ້າທ່ານບໍລິຫ່ນເວລາໄດ້ບໍ່ດີພໍ ຜົນທີ່ໄດ້ຮັບໃນຊີວິດຂອງທ່ານ ມັນກໍຕອບໂຕ້ດ້ວຍໂຕຂອງມັນເອງ.
3./ ເຮັດບໍ່ເປັນ:
ທຸກຄົນຍ່ອມມີຄັ້ງທຳອິດຄືກັນທັງນັ້ນ, ເຮັດບໍ່ເປັນບໍ່ໝາຍຄວາມວ່າເຮັດບໍ່ໄດ້. ຖ້າຢາກເຫັນຄວາມສາມາດຂອງຕົນເອງທີ່ບໍ່ເຄີຍເຫັນມາກ່ອນ ກໍລອງຕັ້ງຄຳຖາມເບິ່ງວ່າ: “ເຮັດແນວໃດ”
4./ ບໍ່ໄດ້ຮຽນສາຍນີ້ມາ:
ຄວາມຮູ້ບໍ່ມີວັນສິ້ນສຸດ ຫລື ຄວາມຮູ້ບໍ່ໄດ້ມີຢູ່ພຽງແຕ່ ມະຫາວິທະຍາໄລ, ໃບປະກາດກໍບໍ່ໄດ້ກຳນົດອະນາຄົດ, ຖ້າທ່ານເລືອກທີ່ຈະຢຸດຮຽນກໍຫ້າມເວົ້າເຖິງຄວາມກ້າວໜ້າ ເພາະມັນຈະບໍ່ມີວັນເກີດຂື້ນ.
5./ ຍັງບໍ່ພ້ອມ:
ສ່ວນໃຫຍ່ແລ້ວ ຄົນມັກໃຊ້ຄຳວ່າ: “ຄ້ານເຮັດ” ສິ່ງໃດຄືການບໍ່ພ້ອມ, ແຕ່ຖ້າລໍຖ້າແຕ່ຄວາມພ້ອມ ກໍບໍ່ຕ້ອງເຮັດ. ຄົນທີ່ປະສົບຜົນສຳເລັດເມື່ອເຫັນໂອກາດ ເຂົາຈະເລີ່ມເຮັດສິ່ງນັ້ນດ້ວຍຄວາມບໍ່ພ້ອມ. ບໍ່ມີເສດຖີຄົນໃດລວຍຈາກການປະຢັດລາຍຈ່າຍ ແຕ່ເຂົ້າລວຍ ຈາກການສ້າງລາຍໄດ້, ບໍ່ມີເສດຖີຄົນໃດລວຍຈາກການເຮັດວຽກງ່າຍ ເເຕ່ເຂົາລວຍຈາກການເຮັດວຽກຍາກ, ບໍ່ມີເສດຖີຄົນໃດລວຍຈາກການເຮັດວຽກໜັກ ແຕ່ເຂົາລວຍຈາກການເຮັດວຽກຢ່າງສະຫລາດ, ບ່ມີເສດຖີຄົນໃດລວຍຈາກການຄິດຫລາຍ ແຕ່ເຂົາລວຍຈາກການຄິດເປັນ, ບໍ່ມີເສດຖີຄົນໃດລວຍຈາກການຂາຍແຮງງານ ແຕ່ເຂົາລວຍຈາກການຂາຍຄວາມຄິດ. ບໍ່ມີເສດຖີຄົນໃດລວຍຈາກການປະຕິເສດໂອກາດ ແຕ່ເຂົາລວຍຈາກການເບິ່ງຫາໂອກາດ.
ຂັດຈິດຂໍອະໄພຂັດໃຈຂໍໂທດຖ້າເຫັນວ່າມີປະໂຫຍດກະລຸນາຢ່າລືມກົດໄລຣ໌ກົດແຊ໌ເພື່ອໃຫ້ຫລາຍຄົນໄດ້ອ່ານນຳ
ໂດຍ:ສົມຄຳປັນຍາດີ(PYD)



ความคิดเห็น
แสดงความคิดเห็น