ຂໍ້ຄິດເລື່ອງເວລາ

1 ນາທີ ເທົ່າກັບ 60 ວິນາທີ
1 ຊົ່ວໂມງ ເທົ່າກັບ 3,600 ວິນາທີ
8 ຊົ່ວໂມງ ເທົ່າກັບ 28,800 ວິນາທີ
12 ຊົ່ວໂມງ ເທົ່າກັບ 42,200 ວິນາທີ
      
                    =======
ຂໍ້ຄິດເຕືອນໃຈໃຫ້ຮູ້ຄຸນຄ່າຂອງເວລາ
                    =======
+ “ການໃຊ້ເວລາຢ່າງຟຸມເຟືອຍຈະເຮັດໃຫ້ຊີວິດທີ່ສັ້ນຢູ່ແລ້ວ ຍິ່ງສັ້ນໄປອີກ”ຈອນສັນ ແຊມມອນ


+ “ຄົນທີ່ບໍ່ຮູ້ຈັກພັກຜ່ອນ ຈະມີວຽກຫຍຸ້ງຫລາຍກວ່າຄົນອື່ນໆ” ສຸພາສິດເອີຣົບ
+ “ງານທີ່ຕ້ອງເຮັດວັນນີ້ ກໍຄວນເຮັດໃຫ້ສຳເລັດໃນວັນນີ້” ນິວຕັນ
+ “ຢ່າລືມວ່າເວລາໃນວັນນີ້ຈະບໍ່ຫວນກັບມາອີກຄັ້ງ” ດັນເຕ
+ “ການລົງມືເຮັດວຽກທີ່ເໝາະສົມໃນຊ່ວງເວລາທີ່ເໝາະສົມ ຈະຊ່ວຍປະຫຍັດເວລາໄດ້” ເບຄອນ
+ “ຄົນທີ່ມີວຽກຫຍຸ່ງຫລາຍທີ່ສຸດ ຈຶ່ງຈະເປັນຄົນທີ່ມີເວລາຫລາຍທີ່ສຸດ” ອະເລັກຊານດາ
+ “ຈົ່ງຖືວ່າວັນນີ້ເປັນເໝືອນວັນສຸດທ້າຍຂອງທ່ານ” ໂຮຣາເທຍສ໌
+ “ໃນບັນດາຂໍ້ອ້າງທັງຫລາຍ ຂໍ້ອ້າງທີ່ວ່າ ບໍ່ມີເວລາ ຖືວ່າໂງ່ເວລາທີ່ສຸດ” ເອດິສັນ
+ “ຄົນທີ່ຕາຍໄປບໍ່ໄດ້ຄືນຊີບແບບໃດ ກາງເວັນ ແລະ ກາງຄືນ ທີ່ຜ່ານເສຍໄປກໍບໍ່ຫວນຄືນມາແບບນັ້ນ” ຂົງຈື້
+ “ເວລາໜຶ່ງໜ່ວຍອາດຈະເຮັດໃຫ້ໄດ້ທອງຄຳໜຶ່ງໜ່ວຍ ແຕ່ທອງຄຳໜຶ່ງໜ່ວຍບໍ່ອາດແລກຊື້ເວລາໜຶ່ງໜ່ວຍໄດ້” ສຸພາສິດຈີນ
~> ໝາຍເຫດ: ໜັງສືສີຟ້າທີ່ຢູ່ທ້າຍຄຳເວົ້າແມ່ນຊື່ຂອງຜູ້ກ່າວໄວ້.
~>ຮຽບຮຽງໂດຍ: PYD.

ความคิดเห็น

บทความที่ได้รับความนิยม