ແດ່...ເພື່ອນ
BAENGPUN


ແດ່ເພື່ອນ
สิงหาคม 12, 2560
ແດ່...ເພື່ອນ
ຂໍຝາກໄວ້ກັບເພື່ອນນິສິດຫ້ອງມ7ຮຸ່ນທີVIIສົກຮຽນ2016-2017ທຸກໆອົງຄ໌ ຂັດຈິຕຂໍອະໄພຂັດໃຈຂໍໂທດ ຂໍໃຫ້ເພື່ອນທຸກໆອົງຄ໌ມີອຸດົມການທີ່ໜັ້ນແໜ້ນມີຄວາມອົດທົນສູງ ເຊື່ອໝັ້ນໃນອຸດົມການຂອງຕົນເອງພວກເຮົາທຸກອົງຄ໌ຕ້ອງເດີນໜ້າຕໍ່ໄປ ຈົນກວ່າຈະໄດ້ຮັບຜົນສຳເລັດໃນທີ່ສຸດ ມະຫາໄຊຊະນະທີ່ຍິ່ງໃຫຍ່ຄື: “ການເອົາໄຊຊະນະຕົນເອງ”
ໃນຖານະທີ່ເປັນນິສິດຂອງໂຮງຮຽນມັດທະຍົມສຶກສາສົມບູນສົງຄ໌ແຂວງໄຊຍະບູລີ ຖ້າພົບເຫັນກັນໃນຖານະທີ່ໃດກໍຕາມ ຂໍໃຫ້ເພື່ອນທຸກອົງຄ໌ຈົ່ງຍິ້ມໃຫ້ຫັນ ແລະ ທັກທາຍກັນດ້ວຍຄວາມເມດຕາຈິຕ...
ຈາກການຮຽນຮູ້ແນວຄິດແຫ່ງປັນຍາອັນແຫລມຄົມ ເປັນການເຝີກຈິຕອັນດີເລີດ ເພາະມັນຈະເຮັດໃຫ້ປັນຍາຂອງເຮົາເກີດດອກອອກຜົນ ແລະ ເປັນການເຝີກຝົນຫລໍ່ຫລອມແນວຄິດຂອງຕົນເອງໃຫ້ມີບາດກ້າວອັນສູງສົ່ງ ຂໍໃຫ້ເພື່ອນທຸກອົງຄ໌ຈົ່ງຕັ້ງໃຈເຮັດໜ້າທີ່ຂອງຕົນເອງໃຫ້ເປັນຜູ້ນຳໃນການດຳເນີນຊີວິຕ ຄິດໃນສິ່ງທີ່ຖືກຕ້ອງ ແລະສ້າງຄຸນປະໂຫຍດໃຫ້ແກ່ຕົນເອງ ແລະ ສັງຄດ້ວຍຄວາມຕັ້ງໃຈ ພວກເຮົາທຸກຄົນສ້າງຄວາມສາມັກຄີໃນໝູ່ຄະນະ ຂະນ້ອຍເອງເຊື່ອວ່າໝູ່ເພື່ອນໝົດທຸກອົງຄ໌ ມີຄວາມຮູ້ຄວາມສາມາດມີອຸດົມການທີ່ໜັແໜ້ນ ແລະ ມີຄວາມເຊື່ອໜັ້ນໃນຕົນເອງ ແລະ ລ້ວນແລ້ວແຕ່ເປັນຜູ້ມີປັນຍາອັນລ້ຳເລີດທັງນັ້ນ ເພາະປັນຍາເປັນອາວຸດທີ່ສຳຄັນຂອງມະນຸດໃນທົ່ວໂລກ.
ມີຄົນຈຳນວນຫລວງຫລາຍທີ່ໄດ້ວາງເປົ້າໝາຍອັນຍິ່ງໃຫຍ່ໄວ້ໃນຕໍ່ໜ້າຕົນເອງ ແລະ ກໍ່ຕໍ່ສູ້ສູ້ຊີວິຕຢ່າງພໍໃຈທັງນັ້ນຈິ່ງຈະສາມາດມີຄວາມສຸກໃນການດຳເນີນຊີວິດຢູ່ໃນສັງຄົມໄດ້ ເພາະເປົ້າໝາຍເປັນຈຸດຢືນທີ່ເຮັດໃຫ້ເຮົາບືນໄປໃສ່ດ້ວຍຄວາມພູມໃຈ ທຸກຄົນຕ້ອງມີເປົ້າໝາຍຂອງຕົນເອງເປັນແກ່ນສານໃນການເຮັດວຽກງານຢ່າງພໍອົກພໍໃຈ ພວກເຮົາທຸກຄົນຄວນໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ພົບເຫັນກັນກໍຍິ້ມໃຫ້ກັນ ຮ້ອຍຍິ້ມເປັນສິ່ງສຳຄັນສຳລັບມະນຸດທີ່ອາໄສຢູ່ໃນໂລກນີ້.
ຂະນ້ອຍເຊື່ອວ່າເພື່ອນທຸກອົງຄ໌ມີຄວາມກ້າພໍ ມີຄວາມສາມາດພໍ ມີການຕັດສິນໃຈທີ່ແນ່ນອນ ເພາະຂະນ້ອຍໄດ້ຮູ້ໄດ້ເເຂົ້າໃຈ ກ່ຽວກັບຄວາມຄິດຂອງເພື່ອນນິສິດທກໆອົງຄ໌.
ຂໍໃຫ້ເພື່ອນນິສິດທຸກອົງຄ໌ຈົ່ງມີແຕ່ຄວາມສຸກສົມຫວັງໂຊກດີມີຄວາມຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລໃນການດຳເນີນຊີວິດຢູ່ໃນສັງຄົມ ບໍ່ວ່າຈະຢູ່ໃນວັດ ຫລື ຢູ່ໃນບ້ານກໍຂໍໃຫ້ຢູ່ດ້ວຍຄວາມພໍໃຈ.
ຖ້າລາສິກຂາອອກໄປ ກໍຂໍໃຫ້ເພື່ອນທຸກຄົນຈົ່ງຕັ້ງໃຈປະພຶດຕົນໃຫ້ເປັນຄົນດີຂອງສັງຄົມ ໃຫ້ສົມກັບພວກເຮົາເປັນເດັກວັດ ເປັນຄົນທີ່ເວົ້າງ່າຍສອນງ່າຍ ເປັນຄົນທີ່ໄດ້ຜ່ານການເຝີກຝົນຫລໍ່ຫລອມມາແລ້ວເອີ້ນວ່າ: “ເປັນຄົນສຸດແລ້ວ”

ກົດໄລຣ໌ກົດແຊຣ໌ໄດ້ເດີ
mysomkhamsp.bologspot.comຈາກ: ສົມຄຳ ປັນຍາດີ(PYD)
ป้ายกำกับ: FACEBOOK GOOGLE
 ใช้ร่วมกัน
ความคิดเห็น

โพสต์ยอดนิยมจากบล็อกนี้
ຄວາມເປັນມາຂອງບຸນເຂົ້າປະດັບດິນ
สิงหาคม 11, 2560
ບຸນເຂົ້າປະດັບດິນ(ບຸນເດືອນເກົ້າ)
=> ຄວາມໝາຍ ແລະ ຄວາມສຳຄັນ:
ຄຳວ່າ:''ບຸນເຂົ້າປະດັບດິນ" ຕາມຄວາມພົດຈະນານຸກົມໃຫ້ຄວາມມາຍໄວ້ວ່າ: ຂອງເລັກໆ-ນ້ອຍໆ ທີ່ເອົາໄປບູຊາຕາມຕົ້ນໂພ ແລະ ເຈດີເວລາເຊົ້າມືດເດືອນເກົ້າ ຫຼື ໝາຍເອົາອາຫານຫວານຄາວ, ໝາກພູ, ຢາສູບ... ຈັດໃສ່ກະໂທງ ຫຼື ພາຊະນະອື່ນໆ. ວ່າງໄວ້ຕາມໂຄນດິນ ຫຼື ເທິງຕົນໄມ້ ເພື່ຶອເປັນການບູຊາດວງວິນຍານຂອງບັນພະບູລຸດ...
<= ມູນເຫດ ແລະ ຄວາມເປັນມາ =>:
ເນື່ອງຈາກວ່າຄົນລາວເຮົາມີຄວາມເຊຶ່ອຕໍ່ກັນມາແຕ່ບູຮານແລ້ວ ວ່າກາງຄືນຂອງເດືອນເກົ້າດັບ (ວັນແຮມ 14 ຄໍ່າເດືອນ 9 ດັບ) ເປັນວັນທີ່ປະຕູນາຮົມເປີດ ຍົມມະບານໄດ້ປ່ອຍໃຫ້ຜີນາຮົມອອກມາຢ້ຽມຍາດພີ່ນ້ອງໃນໂລກມະນຸດໃນຄືນນີ້ຄືນດຽວເທົ່ານັ້ນໃນຮອບປີ ດັ່ງນັ້ນ, ຈຶ່ງຈັດຫໍ່ເຂົ້າໄວ້ໃຫ້ແກ່ຍາດພີ່ນ້ອງທີ່ຕາຍໄປແລ້ວ ຖືວ່າເປັນງານບຸນເພື່ອອຸທິດສ່ວນບຸນກຸສົນ ໃຫ້ແກ່: ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ໃນຄຳພີທາງສາສະໜາພຸດກ່ຽວກັບ ເລື່ອງເຜດພຣະເຈົາພິມ ພິສານ ວ່າໃນຄັ້ງພຸດທະການພີ່ນ້ອງຂອງ ພຣະເຈົ້າພິມ ພິສານ ລກກິນຂອງສົງ ເມື່ອເວລາຕາຍແລ້ວໄປເກີດເປັນເຜດ ເມື່ອ ພຣະເຈົ້າພິມ ພິສານ ຖວາຍທານ ແກ່ພຣະພຸດທະເຈົ້າ ແລະ ພຣະພິກຂຸສົງ ແລ້ວບໍ່ໄດອຸທິດສ່ວນບຸນ ໄປໃຫ້ບັນດາເຜດທີ່ເປັນຍາດເຫຼົ່ານັ້ນ…
 ใช้ร่วมกัน
แสดงความคิดเห็น
อ่านเพิ่มเติม
ງານ “ຊ້າງສາກົນ”
สิงหาคม 11, 2560
ງານ: “ຊ້າງສາກົນ” ທີ່ແຂວງໄຊຍະບູລີ ເປົ້າໝາຍຂອງການຈັດງານ: “ສາຖາລະນະປະໂພກຊ້າງສາກົນ” ແມ່ນແນ່ໃສ່ກາບຳບັດ ແລະ ອະນຸລັກ, ຂະຫຍາຍພັນຄອມນິວນີຊີຂອງອາຊີ, ສົ່ງເສີມເຈົ້າຂອງຊ້າງ ແລະ ພັດທະນາຄວາມເປັນເອກະພາບ.
ເປົ້າໝາຍສຳຄັນຂອງການພັດທະນາອານຸລັກ ແລະ ຂະຫຍາຍພັນຊ້າງອາຊີ ແມ່ນເຮັດໃຫ້ກາຍເປັນຖານທີ່ໝັ້ນໃນການອານຸລັກ ແລະ ຂະຫຍາຍພັນຊ້າງອາຊີ ແລະ ກາຍເປັນຖານທີ່ໝັ້ນໃນການສຶກສາຄົ້ນຄວ້າວິທະຍາສາດຂອງຊ້າງອາຊີໃນສາກົນ, ເຮັດໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີລັກສະນະພິເສດ ແລະ ວັດທະນະທໍາແຫ່ງຊາດ.
sonxai.simplesite.com
 ใช้ร่วมกัน
แสดงความคิดเห็น
อ่านเพิ่มเติม

เก็บ
ป้ายกำกับ
รายงานการละเมิด
ขับเคลื่อนโดย Blogger


ความคิดเห็น
แสดงความคิดเห็น