ທັກສະຂອງຄົນປະສົບຜົນສຳເລັດ

ທັັກສະຂອງຄົນປະສົບຜົນສຳເລັດສ່ວນໃຫຍ່ມີ

(The most important skill to be successful in lif)   

          ນອກຈາກຈະເປັນຄົນຄິດບວກ, ມັກອ່ານ, ມັກຊອກຮູ້ຮ່ຳຮຽນ ຫາປະສົບການຕ່າງໆແລ້ວ ເຮົາຍັງຕ້ອງການທັກສະຫຼາຍຢ່າງເພື່ອໃຫ້ຮົາກ້າວຫາຄວາມສຳເລັດໃນຊີວິດ, ນິຍາມຄວາມສຳເລັດຂອງແຕ່ລະຄົນບໍ່ຄືກັນ ມັນຕ້ອງໃຊ້ເວລາ, ທັກສະ, ການລົງມືເຮັດລົງມືທຳຈິງຈັງຢ່າງຕໍ່ເນື່ອງແລະໃນສະພາບແວດລ້ອມທີ່ເໝາະສົມ ບວກກັບປະສົບການນຳອີກ ເຊ່ິງບາງຢ່າງກໍ່ບໍ່ໄດ້ມີສອນໃນໂຮງຮຽນແລະ ເຮົາຈຳເປັນຈະຕ້ອງໄດ້ຊອກຮຽນຮູ້ເອງນອກໂຮງຮຽນ, ຈາກປະສົບການຄົນອື່ນແລະ ຝຶກຝົນຮຽນຮູ້ດ້ວຍຕົນເອງ. ທັກສະຕໍ່ໄປນີ້ເປັນທັກສະທີ່ຈຳເປັນເພື່ອກ້າວສູ່ຄວາມສຳເລັດ ບໍ່ວ່າເຮົາຈະເຮັດວຽກປະຈຳ, ເຮັດທຸລະກິດ ຫຼື ດ້ານໃດສາຂາໃດກໍ່ຕາມ ເຮົາຈຳເປັນຕ້ອງມີທັກສະດ້ານໃດດ້ານໜຶ່ງຕໍ່ໄປນີ້ໄວ້:


1. ທັກສະການເວົ້າໃນທີ່ສາທາລະນະ(Public Speaking)
ຄວາມສາມາດໃນການເວົ້າໄດ້ຢ່າງຈະແຈ້ງເຂົ້າໃຈງ່າຍ ດືງດູດຄົນຟັງໄດ້ ບໍ່ວ່າຈະເປັນການເວົ້າຕ່ໍໜ້າຄົນໜ້ອຍຄົນຫຼາຍໃນທີ່ສາທາລະນະໄດ້ນັ້ນເປັນທັກສະທີ່ສຳຄັນແລະຈຳເປັນຫຼາຍທີ່ທຸກຄົນສາມາດຝຶກແລະເຮັດໄດ້, ສັງເກດງ່າຍໆ ຄົນທີ່ປະສົບຜົນສຳເລັດ ທາງທຸລະກິດ, ທາງດ້ານວຽກງານ ຫຼື ຜູ້ນຳ ລະດັບປະເທດ ລະດັບໂລກລ້ວນແລ້ວແຕ່ມີທັກສະໃນການເວົ້າທີ່ເກັ່ງ. ຄົນສ່ວນໃຫຍ່ ມັກຈະວາງຂອບຈຳກັດໃຫ້ຕົນເອງ ວ່າເປັນຄົນເວົ້າບໍ່ເກັ່ງ ບໍ່ມີທັກສະໃນການເວົ້າ ແຕ່ຄວາມຈິງແລ້ວ ການເວົ້ານັ້ນທຸກຄົນສາມາດຝຶກຝົນໄດ້, ຢ່າລືມວ່າ: ຄຳວ່າທັກສະ ແປວ່າເຮົາສາມາດພັດທະນາ ແລະ ຝຶກຈົນກໍ່ໃຫ້ເກີດຄວາມສຳນານໄດ້ ຖ້າເຮົາມີການຝຶກຝົນຢ່າງຕໍ່ເນື່ອງສະໝ່ຳສະເໝີ. 

2. ທັກສະການຂຽນ(Writing)
ນອກຈາກທັກສະໃນການເວົ້າແລ້ວ ທັກສະໃນການຂຽນ ກໍ່ເປັນອີກທັກສະໜຶ່ງທີ່ຈຳເປັນບໍ່ວ່າຈະຢູ່ໃນຂົງເຂດວຽກງານສາຂາໃດກໍ່ຕາມ, ການຂຽນບໍ່ພຽງແຕ່ເປັນການຝຶກທົດສອບການໃຊ້ໄວຍາກອນທາງດ້ານພາສາໃຫ້ຖືກຕ້ອງຄ່ອງແຄ່ວຂອງບຸກຄົນນັ້ນແລ້ວ ມັນຍັງບົ່ງບອກເຖີງ ການຈັດລຽງແນວຄວາມຄິດສ້າງສັນທີ່ເຮົາມີນັ້ນຖ່າຍຖອດໃຫ້ຄົນອ່ານໄດ້ຮັບຮູ້, ເຂົ້າໃຈ ເລື່ອງລາວນັ້ນຢ່າງຕໍ່ເນື່ອງເກາະກ່າຍກັນເປັນລຳດັບ. 

3. ການບໍລິຫານຈັດການຕົນເອງ(Self-management)
ອີກຢ່າງໜື່ງທີ່ຄົນປະສົບຜົນສຳເລັດສ່ວນຫຼາຍມີ ຄືທັກສະການບໍລິຫານຈັດການກັບຕົນເອງ, ອົງປະກອບຂອງຄວາມສຳເລັດຂອງຄົນສ່ວນໃຫຍ່ແມ່ນມາຈາກ ການຮູ້ຈັກຈັດການທີ່ດີ, ການລົງມືເຮັດຢ່າງມີປະສິດຕິຜົນ, ມີລະບຽບວິໃນສູງຕໍ່ຕົນເອງແລະຄົນອື່ນ. ຄົນທຸກຄົນບໍ່ມີໃຜບໍ່ຢາກພັກຜ່ອນ, ຢາກເຮັດວຽກໜັກ ແຕ່ຄົນທີ່ເຂົາປະສົບຜົນສຳເລັດເຂົາເຈົ້າຈະມີລະບຽບວິໄນໃນການເຮັດວຽກ ແລະ ຮູ້ດີວ່າວຽກອັນໃດຄວນເຮັດແລະບໍ່ຄວນເຮັດ, ເວລາໃດຄວນພັກບໍໍ່ຄວນພັກ ເຊິ່ງມັນຈະສົ່ງຜົນໃຫ້ບຸກຄົນນັ້ນໄປເຖີງເປົ້າໝາຍແລະ ປະສົບຜົນສຳເລັດໃນທີ່ສຸດ.

4. ການສ້າງສາຍພົວພັນໃນສັງຄົມ(Networking)
ການສ້າງສາຍພົວພັນກັບຄົນໃນສັງຄົມ ບໍ່ພຽງແຕ່ເພື່ອໃຫ້ໄດ້ວຽກງານ ຫຼື ໃຫ້ໄດ້ຄູ່ຮ່ວມທຸລະກິດເທົ່ານັ້ນ ມັນຍັງເຮັດໃຫ້ເຮົາສາມາດສ້າງນະວັດຕະກຳ ແລະ ແນວຄວາມຄິດໃໝ່ໆໄດ້, ຫຍິ່ງເຄື່ອຄ່າຍເຮົາໃຫຍ່ເທົ່າໃດ ໂອກາດສຳຄັນຕ່າງໆກໍ່ຫຍິ່ງແລ່ນເຂົ້າມາຫາເຮົາຫຼາຍເທົ່ານັ້ນ, ຫຍິ່ງເຮົາຕ້ອງການເປັນບຸກຄົນທີ່ຫຍິ່ງໃຫຍ່ເທົ່າໃດເຮົາກໍ່ຫຍິ່ງຕ້ອງການຄວາມຊ່ວຍເຫຼືອ ແລະ ມີສາຍພົວພັນທີ່ດີກັບສັງຄົມຫຼາຍເທົ່ານັ້ນ ດັ່ງຄຳເວົ້າຫນຶ່ງທີ່ວ່າ: “ຢາກໄປໄວ ໃຫ້ໄປຄົນດຽວ ຢາກໄປໄກ ໃຫ້ໄປຫຼາຍຄົນ”.

5. ການຄິດໃນເຊີງວິເຄາະ(Critical Thinking)
ຄວາມສາມາດໃນການຄິດ, ວິເຄາະ ແລະ ຕີຄວາມໝາຍໄດ້ ບົນພື້ນຖານຂໍ້ມູນທີ່ເຮົາເຫັນຢູ່ໃນສະຖານະການນັ້ນໆ ກໍ່ເປັນອີກທັກສະໜື່ງ ທີ່ແຍກເຮົາຈາກກຸ່ມຄົນສ່ວນໃຫຍ່ ທັກສະນີ້ ມັນບໍ່ພຽງແຕ່ເຮັດໃຫ້ເຮົາສາມາດວິເຄາະສະຖານະການເຊິ່ງໜ້າໄດ້ແລ້ວ ມັນຍັງຊ່ວຍໃຫ້ເຮົາສາມາດ ເຊື່ອມໂຍງເຮົາໄປສູ່ຂໍ້ມູນອື່ນໆທີ່ກ່ຽວພັນກັບສະຖານະການນັ້ນນຳໄດ້ອີກ ເຊິ່ງມັນສົ່ງຜົນໃຫ້ເຮົາສາມາດຕັດສິນໃຈ, ແກ້ໄຂ ບັນຫາ ແລະ ປັບຕົວເຂົ້າກັບສະຖານະການນັ້ນໄດ້ດີກວ່າຄົນໆທົ່ວໄປ. 

6. ການຕັດສິນໃຈ(Decision-Making)
ສິ່ງທີ່ເຮັດໃຫ້ເຮົາລົງມືເຮັດຫຍັງຈັກຢ່າງແມ່ນເກີດຈາກການຕັດສິນໃຈຫຼັງຈາກການວິເຄາະສະຖານະການກັບຂໍ້ມູນທີ່ມີຢູ່ນັ້ນ, ຄົນສ່ວນໃຫຍ່ແມ່ນຈະໃຊ້ເວລາດົນແລະລັງເລໃນການວິເຄາະສະຖານະການກ່ອນຈະລົງມືເຮັດຫຍັງຈັກຢ່າງເຊ່ິງເລື່ອງບາງເລື່ອງມັນຕ້ອງການການຕັດສິນຢ່າງວ່ອງໄວທັນເຫດການ ສົ່ງຜົນເຮັດໃຫ້ເຮົາອາດພາດໂອກາດດີໆ ຫຼືຮັບມືກັບສະຖານະການເຊີ່ງໜ້າບໍ່ທັນການ, ແຕ່ຄົນທີ່ເຂົາປະສົບຜົນສຳເລັດເຂົາເຈົ້າຈະວິເຄາະສະຖານະການກັບຂໍ້ມູນທີ່ມີຢູ່ນັ້ນໄດ້ໄວ ເຊີ່ງມັນສົ່ງຜົນໃນການຕັດສິນໃຈທັນທີໂດຍບໍ່ລັງເລບໍ່ວ່າຈະຕັດສິນໃຈເຮັດຫຼືບໍ່ເຮັດກໍ່ຕາມການຕັດສິນໃຈຕ້ອງວ່ອງໄວທັນກັບສະຖານະການ.

7. ທັກສະທາງຄະນິດສາດ(Math)
ທັກສະທາງຄະນິດສາດໃນທີ່ນີ້ ບໍ່ໜາຍຄວາມວ່າເຮົາຕ້ອງເກ່ັງເລກ ແກ້ສັງຄະນິດແກ້ສົມຜົນ ຄິດໄລ່ຕຳລາ ທີ່ສະຫລັບຊັບຊ້ອນເກັ່ງໆ ແຕ່ທັກສະທາງຄະນິດສາດຄື ເຮົາສາມາດ ຕີລາຄາຫລືຄິດໄລ່ດ້ອກເບ້ຍ ກຳໄລຫລື ເປີເຊັນພື້ນຖານການຄຳນວນຕົວເລກໃນຫົວໄດ້ເຮົາກໍ່ສາມາດນຳໜ້າຄົນສ່ວນຫຼາຍໄດ້ແລ້ວ ນອກນັ້ນຍັງເຮັດໃຫ້ເຮົາສາມາດວິເຄາະຕົວເລກທາງການເງິນສົ່ງຜົນຕ່ໍການຕັດສິນໃຈໄດ້ໄວຂື້ນນຳອີກ. 

8. ທັກສະການຊອກຫາຂໍ້ມູນ(Research)
ບໍ່ມີທຸກຄົນທີ່ຮູ້ແລະເກັ່ງໄປໝົດທຸກເລື່ອງ ແຕ່ສິ່ງທີ່ຄົນປະສົບຜົນສຳເລັດເຮັດກໍ່ຄື ການຮູ້ຈັກຊອກຕົວຊ່ວຍ, ຫາແຫຼ່ງຂໍ້ມູນນັ້ນວ່າເຮົາຈະຫາມາແຕ່ໃສຈະໄປຄົ້ນມາແຕ່ໃສເພື່ອໃຫ້ໄດ້ຂໍ້ມູນທີ່ໄກ້ຄຽງກັບສິ່ງທີ່ເຮົາຕ້ອງການ ແລະ ວ່ອງໄວທັນເວລາເໜາະສົມກັບສະຖານະການນັ້ນໆ, ເຊິ່ງສາມາດຊອກໄດ້ຫຼາຍຈາກຊ່ອງທາງເຊັ່ນ: ຈາກອິນເຕີເນັດ, ການອ່ານ, ຖາມຄົນຮູ້ຈັກ, ເຊິີ່ງທັກສະນີ້ກໍ່ເປັນທັກສະໜືີ່ງທີ່ເຮົາຄວນມີໄວ້. 

9. ການຜ່ອນຄາຍ(Relaxation)
ຄວາມຕຶງຄຽດ ບໍ່ພຽງແຕ່ບັນທອນສຸຂະພາບມັນຍັງເຮັດໃຫ້ປະສິດຕິພາບໃນການເຮັດວຽກ, ການຕັດສິນໃຈຂອງເຮົາຫຼຸດລົງນຳອີກ, ຄົນທີ່ປະສົບຜົນສຳເລັດບໍ່ແມ່ນເຂົາບໍ່ຕຶງຄຽດກັບວຽກງານແຕ່ເຂົາຮູ້ຈັກວິທີ່ການຄວບຄຸມຫຼືເຮັດໃຫ້ຕົນເອງຜ່ອນຄາຍໄດ້ໃນສະຖານະການຕຶງຄຽດ ເພາະ ບາງສະຖານະການເຮົາຕ້ອງໄດ້ຕັດສິນໃຈແລະສືບຕໍ່ລົງມືເຮັດວຽກໃນສະພາບຕຶງຄຽດນັ້ນໃຫ້ໄດ້ປະສິດຕິຜົນແລະສຳເລັດໃນເວລາທີ່ກຳນົດໄວ້. ການຝຶກການຜ່ອນຄາຍຄວາມຕືງຄຽດສາມາດເຮັດໄດ້ຫຼາຍວິທີເຊັນ: ນັ່ງສະມາທິ, ອ່ານໜັງສື, ຍ່າງຫຼິນ ຫຼື ອອກກຳລັງກາຍເບົາໆ ໃນສະຖານທີ່ມິດງຽບດີມີອາກາດ ສົດຊື່ນ.

10. ພື້ນຖານການບັນຊີ(Basic Accounting)
ຍ້ອນວ່າເງິນເປັນປັດໃຈໜື່ງທີ່ເຮົາຕ້ອງມີແລະຈຳເປັນໃນການດຳລົງຊີວິດ ສະນັ້ນເຖີງເຮົາຈະບໍ່ໄດ້ຮຽນເລື່ອງບັນຊີ ການເງິນມາກໍ່ຕາມ ການຮູ້ຈັກພື້ນຖານງ່າຍໆທາງດ້ານການເງິນກໍ່ເປັນສິ່ງສຳຄັນ ເຊັ່ນ: ການບັນທຶກລາຍຮັບລາຍຈ່າຍ ຫຼື ການປະເມີນລາຍຈ່າຍໃນໄລຍະສັ້ນໄລຍະຍາວ ໂດຍສະເພາະຄົນທີ່ມີທຸລະກິດຄອບຄົວເຮົາຕ້ອງໄດ້ຮຽນຮູ້ພື້ນຖານທາງດ້ານການບັນຊີການເງິນໄວ້ ເຖີງວ່າເຮົາຈະບໍ່ໄດ້ລົງມືເຮັດເອງກໍ່ຕາມ. 

     ນອກຈາກທັກສະທີ່ກ່າວມາຂ້າງເທີງແລ້ວຍັງມີອີກຫຼາຍທັກສະແລະປັດໃຈອື່ນໆຫຼາຍຢາງທີ່ເຮັດໃຫ້ຄົນເຮົາກ້າວໄປສູ່ຄວາມສຳເລັດໃນຊີວິດ, ຢຸດວາງກອບໃຫ້ໂຕເອງແລ້ວເລີ່ມຝືກຝົນທັກສະທີ່ຈຳເປັນນີ້ດຽວນີ້ເລີຍຖ້າຄິດວ່າຕົນເອງຍັງບໍ່ຂາດທັກສະໃດໜື່ງຢູ່ ເພາະທັກສະມັນໃຊ້ເວລາຝືກຝົນຢ່າງຕໍ່ເນື່ອງຢ່າງຈິງຈັງ ແລ້ວມື້ໃດມື້ໜຶ່ງເຮົາຈະພາກພູມໃຈໃນຕົນເອງ ເມື່ອເຮົາໄດ້ໄປຢືນຢູ່ຈຸດທີ່ເຮົາບໍ່ເຄີຍຄິດວ່າຈະໄປຮອດ. 
                                  ຢ່າລືມກົດໄລຣ໌ກົດແຊຣ໌




----------------------------------------
ໂດຍ: ສົມຄຳ ປັນຍາດີ (PYD)
----------------------------------------

เพิ่มคำอธิบายภาพ
---------------------------------------
Cr:ປອກກ້ວຍ - POKKUAY-
----------------------------------------
Source: lifehack
---------------------------------------mysomkhamsp.blogspot.com

ความคิดเห็น

บทความที่ได้รับความนิยม