"ຕົບປີໃໝ່ໄຕລື້"

                                      @
                                       

                                       ຮີດທີ6:
                  "ຕົບ ຫຼື ຕົກປີໃໝ່ໄຕລື້(ກຸດສົງການ)
                               ແລະ   ບຸນບັ້ງໄຟ"
ເມື່ອເຖິງຣະດູເດືອນ 6 ເຮັດບຸນສົງນໍ້າ : ການຫົດນໍ້າພຣະພຸດທະຮູບ ພຣະສົງ ພໍ່ແມ່ ຜູ້ເຖົ້າຜູ້ແກ່ ເອີ້ນວ່າ: ສົງນໍ້າ ຫຼື ຫົດນ້ຳ ການເຮັດບຸນມີການໃຫ້ທານເປັນຕົ້ນ ກ່ຽວແກ່ການສົງນໍ້າ ເອີ້ນວ່າ: ບຸນສົງນໍ້າ. ອີກໜຶ່ງເອີ້ນວ່າ: ກຸດສົງການ ກຸດ ຄື: ສິ້ນສົງການ ໝາຍເຖິງການເຄື່ອນຍ້າຍໄດ້ແກ່ວັນທີ່ພຣະອາທິດ ເຄື່ອນຍ້າຍຈາກລະດູໜາວ ກ້າວຂື້ນໄປສູ່ລະດູ.          
 (ເດືອນຂອງໄຕລື້ຈະໄວກວ່າເດືອນຂອງລາວໄປ1ເດືອນ)
"ການຕົບປີໃໝ່":
ຄຳວ່າ: "ການຕົບ" ກໍຄືເອົາມືມາຕົບກັນໃຫ້ເກີດມີສຽງທີ່ເປັນຈັ່ງຫວະປະກອບໃສ່ການຂັບລຳພຳເພງປະໂຄມດົນຕຼີຕ່າງໆເປັນຕົ້ນແມ່ນ: ການຂັບ, ຈ້ອຍ, ຟ້ອນເຈືອງເປັນຕົ້ນ. "ຕົກ" ໝາຍເຖິງການສິ້ນໄປ ຫຼື ໝົດໄປ ເວົ້າອີກຢ່າງໜຶ່ງແມ່ນປີເກົ່າໝົດໄປຕົກໃສ່ປີໃໝ່ ກໍຄືສິ່ງທີ່ບໍ່ດີໄດ້ຕົກໄປ, ເສຍໄປ, ໝົດໄປກັບປີເກົ່າ ປີໃໝ່ຟ້າໃໝ່ເລີ່ມຕົ້ນຊີວິດໃໝ່ກັບສິ່ງທີ່ດີໆ"ປີໃໝ່"ກໍຄືການປ່ຽນຈຸນລະສັກກະລາດ(ຈ.ສ).
ວັນເວລາໃນການຕົບປີໃໝ່ ຫຼື ການຫຼິ້ນບຸນປີໃໝ່ປະກອບມີຄື:
  1. ວັນລ່ອງ (ສັງຂານລ່ວງ)
  2. ວັນເນົາ
  3. ວັນພະຍາວັນ
  4. ວັນປາກປີ
  5. ວັນປີໃໝ່
   ວັນລ່ອງ(ສັງຂານລ່ວງ): ໃນວັນນີ້ຕັ້ງແຕ່ຕອນເດີກຈົນຮອດຍາມເຊົ້າຕູ່ຈະມີການຈູດສະໂປກ(ໝາກກະໂພກທີ່ເຮັດດ້ວຍໄມ້ ແລະ ຢາງ…) ເພື່ອເປັນການບອກຂ່າວໃຫ້ຮູ້ວ່ານາງສັງຂານປະຈຳປີໄດ້ລ່ອງ ຫຼື ລ່ວງພຸ້ນໄປແລ້ວ. ຕັ້ງແຕ່ເຊົ້າຕູ່ໄປຈະມີການປັດກວາດບ້ານເຮືອນໃຫ້ສະອາດ, ຊັກເສື້ອຜ້າອາພອນຕ່າງໆ ສ່ວນບ່ອນນອນ ຫຼື ສິ່ງທີ່ຊັກບໍ່ໄດ້ກໍຈະນຳອອກໄປຕາກ. ໃນມື້ວັນລ່ອງນີ້ກໍຈະມີການສົ່ງເຄາະ(ສະເດາະເຄາະ)ລວມໝົດບ້ານເປັນການສົ່ງເຄາະ(ສະເດາະເຄາະ)ໃຫຍ່ ແລະ ຢູ່ເຮືອນແຕ່ລະຄອບຄົວກໍຈະສົ່ງເຄາະ(ສະເດາະເຄາະ)ນ້ອຍອີກເທື່ອໜຶ່ງເພື່ອເປັນການຊຳລະສະສາງສິ່ງທີ່ບໍ່ດີອອກໄປ ແລະ ຕ້ອນຮັບສິ່ງໃໝ່ໆດີໆເຂົ້າມາໃນຊີວິດ ສ່ວນເຄື່ອງນຸ່ງຫົ່ມກໍຈະເປັນຜືນໃໝ່ສຳລັບມື້ນີ້ຕາມຄວາມເຊື່ອຂອງຊາວໄຕລື້ແມ່ນຫ້າມຈ່າຍເດັດຂາດຖ້າບໍ່ຈຳເປັນ ເພາະວ່າມື້ນີ້ຖ້າຈ່າຍກໍຈະເຮັດໃຫ້ເງິນຄຳແກ້ວແຫວນລັ່ງໄຫຼອອກຈາກເຮືອ, ເກັບເງີນບໍ່ຢູ່…
ວັນເນົາ: ຈະເປັນການກະກຽມຂອງຊາວບ້ານ ຈະພາກັນໄປຊື້ຂອງກິນເພື່ອມາກິນ ແລະ ໃຊ້ໃນວັນພະຍາວັນ ຫຼັງຈາກກິນເຂົ້າງາຍ(ເຂົ້າເຊົ້າ) ແລ້ວກໍຈະມີການຂົນຊາຍໄປທີ່ວັດເພືີ່ອກໍ່ເປັນເຈດີ ການຂົນຊາຍເຂົ້າວັດນີ້ຖືເປັນການທົດແທນສ່ວນທີ່ຕິດຕີນຂອງຕົນອອກຈາກວັດ ເຊິ່ງປຽບເທົ່າກັບການລັກຂອງຈາກວັດ ໃນຂະນະທີ່ມີການຂົນຊາຍໄປວັດນັ້ນທາງບ້ານຜູ້ຊາຍກໍຈະມີການກະກຽມກະດາດສີ(ເຈ້ຍສີ)ຕ່າງໆ ມາເຮັດຕຸງ(ທຸງ,) ສ່ວນຜູ້ຍິງກໍຈະກະກຽມເຂົ້າຕົ້ມເຂົ້າຈະປະກອບມີ: ເຂົ້າແຂບ, ເຂົ້າໂຄບ, ເຂົ້າໜົມປາດ,ເຂົ້າໜົມເກືອ, ເຂົ້າໜົມເໜບ(ເຂົ້າໜົມຫໍ່ເປັນຈ໋ອກ),… ຕອນສວາຍເວລາປະມານ13:30ນາທີ ຈະມີການອາບນ້ຳພຣະເຈົ້າ (ຫົດສົງພຸດທະຮູບ) ແລະ
ພຣະສົງ-ສາມະເນນ.
ວັນພະຍາວັນ: ເປັນວັນປ່ຽນ ຈ.ສ(ຈຸລະສັກກະລາດ)ໃໝ່ວັນນີ້ເປັນທີ່ມີການເຮັດບຸນທາງສາສະໜາ ຕັ້ງແຕ່ເຊົ້າຕູ່ຈະມີການນຳເອົາອາຫານຫວານຄາວ ແລະ ແລະ ເຄື່ອງໄທຍະທານຕ່າງໆ ເພື່ອອຸທິດສ່ວນບຸນກຸສົນໄປຫາບັນພະບູລຸດ ຫຼື ພີ່ນ້ອງຍາດມິດສະຫາຍທີ່ລ່ວງລັບໄປແລ້ວ ແລະ ນຳເອົາທຸງທີ່ກະກຽມວັນແຕ່ວັນກ່ອນໄປປັກໃສ່ເຈດີຊາຍ. ຫຼັງຈາກກິນເຂົ້າງາຍແລ້ວ(ເຂົ້າເຊົ້າ) ກໍຈະມີການສົມມາ(ຄາລະວະ)ສາທຸຄູບາ ແລະ ຜູ້ອາວຸໂສ-ຍາດມິດທີ່ຕົນເອງເຄົາລົບນັບຖື…
ວັນປາກປີ: ເຊິ່ງຖືວ່າເປັນການເລີ່ມຕົ້ນຂອງປີໃໝ່ ໃນມືນີ້ຈະມີການສຶບຕໍ່ຄາລະວະຕໍ່ຜູ້ອາວຸໂສ ບາງຄອບຄົວກໍເລີ່ມບາສີສູ່ຂວັນ… ແລະ ເປັນວັນທີ່ຊາວບ້ານທີ່ຢູ່ໃກ້ຊິດລັ່ງໄຫຼມາຄາລະວະສາທຸຄູບາທີ່ມີພັນສາຫຼາຍຢູ່ໃນຂົງເຂດນັ້ນ.
ວັນປີໃໝ່: ເປັນການກຳນົດເອົາຈຸດທີ່ດວງຕາເວັນເຄື່ອນຍ້າຍຈາກລາສີມິນເຂົ້າສູ່ລາສີເມກ. ວັນນີ້ຈະເປັນການບາສີສູ່ຂວັນເປັນຈຳນວນຫຼວງຫຼາຍ, ໃນຕອນບ່າຍຈະມີການຈູດບັ້ງໄຟ ເພື່ອຂໍຝົນຕາມປະເພນີ.
ຄວາມສຳຄັນຂອງປີໃໝ່ໄຕລື້:
- ເປັນການປ່ຽນປີ
- ເປັນການເຕືອນຕົນເອງ
- ເປັນການຊຳລະສະສາງສິ່ງທີ່ບໍ່ດີ
- ເປັນການເລີ່ມຕົ້ນຊີວິດໃໝ່ອີກຄັ້ງ ແລະ ອື່ນໆ.
  ມື້ຖັດຈາກວັນປີໃໝ່: ໃນມື້ນີ້ຈະມີການເຕົ້າໂຮມກັນໄປກິນເຂົ້າປ່າສາມັກຄີເພື່ອນມິດສະຫາຍ-ຍາດຕິພີ່ນ້ອງເພື່ອຜ່ອນຄາຍຈາກການຫຼິ້ນບຸນປີໃໝ່ ແລະ ເພື່ອກະກຽມໃສ່ການເຮັດໄຮ່-ໄຖນາ…
ຈຸດກຳເນີດຂອງປະເພນີປີໃໝ່ໄຕລື້ນັ້ນຍາກທີ່ຈະລະບຸວັນເວລາທີ່ແນ່ນອນໄດ້ວ່າເກີດຂື້ນໃນຍຸກໃດ, ສະໄໝໃດ ເພາະຍັງຫາຫຼັກຖານຈະມາຮອງຮັບບໍ່ໄດ້ ເຂົ້າໃຈກັນແຕ່ວ່າມີມາເຫິງນານແລ້ວຈົນກາຍເປັນປະເພນີສຶບຕໍ່ກັນມາຈົນຮອດປັດຈຸປັນ.
                               "ບຸນບັ້ງໄຟ"
                (ພາສາລື້ເອີ້ນວ່າ:"ຈິບອກໄຟ")
     ຈະເປັນບຸນເດືອນ7 ແຕ່ວ່າປັດຈຸບັນໄດ້ເອົາບຸນບັ້ງໄຟມາໂຮມເຂົ້າເປັນບຸນເດືອນ6 ເນື່ອງຈາກວ່າ: ເດືອນ7 ແມ່ນໄລຍະການກະກຽມເຮັດໄຮ່ໄຖນາຂອງພໍ່ແມ່ປະຊາຊົນດ້ວຍເຫດນີ້ເພິ່ນຈຶ່ງຍ້າຍມາເຮັດພ້ອມກັບບຸນປີໃໝ່…
      ຄຳວ່າ: "ບັ້ງໄຟ": "ບັ້ງ" ກໍຄືການເອົາໄມ້ໄຜ່ ຫຼື ໄມ້ຊາງ ທີ່ຕັດເປັນປ້ອງເປັນບັ້ງຫຼື ກະບອກໄມ້ໄຜ່ນັ້ນເອງ. ສ່ວນ ຄຳວ່າ: "ໄຟ" ຄົງບໍ່ຈຳເປັນຕ້ອງອະທິບາຍເພາະມີຄວາມໝາຍຊັດເຈນໃນຕົວຢູ່ແລ້ວ. ເມື່ອເອົາສອງຄຳນີ້ມາລວມກັນ ເປັນບັ້ງໄຟໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແໜ້ນດ້ວຍເຝົ່າ ຫຼື ໝື້(ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະອຽດກ່ອນນຳໄປອັດໃຫ້ແໜ້ນໃນກະບອກໄມ້ໄຜ່).
ການເຮັດບັ້ງໄຟ ກໍຍ້ອນວ່າ: ເມື່ອເຖິງລະດູການເຮັດໄຮ່ໄຖນາ ຊາວນາຕ້ອງການຝົນກໍຕ້ອງເຮັດບຸນບັ້ງໄຟ ຈູດຂື້ນເມື່ອເທິງຟ້າເພື່ອຂໍຝົນຈາກພະຍາແຖນເພື່ອເປັນສັນຍານບອກໃຫ້ພະຍາແຖນຮູ້ວ່າຕອນນີ້ເມືອງມະນຸດຕ້ອງການຝົນ ພະຍາແຖນຮູ້ແນວນັ້ນກໍໄດ້ບັນດົນບັນດານເຮັດໃຫ້ຝົນຕົກລົງມາ ດ້ວຍເຫດຜົນນີ້ຈຶ່ງໄດ້ມີການເຮັດບັ້ງໄຟຈົນເຖິງປັດຈຸບັນ.

                                  "ຮີດສິບສອງ"
- ເດືອນຈຽງ(ເດືອນອ້າຍ): ປອຍຂື້ນພຣະທາດຂື້ນເຮືອນໃໝ່,ກິນແຂກ…
- ເດືອນກຳ(ເດືອນຍີ່): ເຂົ້າກຳ(ຢູ່ປະລິວາດສະກຳ), ຕານເຂົ້າໃໝ່…
- ເດືອນສາມ: ລ້ຽງຜີບ້ານ-ເມືອງ…
- ເດືອນສີ່: ສຶບຈາຕາຫຼວງ, ບວດພະ-ປິກຕຸ, ກິນແຂກ, ຂື້ນເຮືອນໃໝ່…
- ເດືອນຫ້າ: ຕານໝູ່ເຂົ້ານ້ອຍ, ຕານກອງຊາຍພັນກອງ…
- ເດືອນຫົກ: ປອຍສົງການປີໃໝ່, ປອຍບອກໄຟ(ຂໍຝົນພະຍາແຖນ),
    ກິນແຂກ, ຂື້ນເຮືອນໃໝ່…
- ເດືອນເຈັດ: ປອຍແຮກນາ…
- ເດືອນແປດ: ປອຍພຣະບາດ…
- ເດືອນເກົ້າ: ຕານເຂົ້າພັນສາ, ຕານເຂົ້າຢາດນ້ຳ, ຕານທຳ ອຸດທິດສ່ວນ
   ບຸນກຸສົນໄປຫາຍາດພີ່ນ້ອງຜູ້ມີພະຄຸນທີ່ລ່ວງລັບໄປແລ້ວ…
- ເດືອນສິບ: ຕານໝູ່ເຂົ້າຜູ້ເຖົ້າຜູ້ແກ່…
- ເດືອນສິບເອັດ: ປອຍຕານທຳມະຫາປາງ…
- ເດືອນສິບສອງ: ປອຍອອກພັນສາ, ຕານຕົ້ນແປກ, ຈິກອງໂຫຼ-ບອກໄຟ
ດອກ
ແປສັບ:
ປອຍ: ງານພິທີຕ່າງໆ (ຄຳນຳໜ້າຂອງການເຮັດບຸນຂອງໄຕລື້)
ກິນແຂກ: ແຕ່ງງານ
ປອຍແຮກນາ: ປັກເສົາຕາແຮກໃນນາ ບູຊາຂວັນເຂົ້າ
ປອຍພຣະບາດ: ບູຊາຊັກຜ້າຮອຍພຣະພຸດທະບາດ
ກອງໂຫຼ: ກອງຟືນ
ຕານ: ທານ
ບວດພະ: ບັນພະຊາເປັນສາມະເນນ
ປິກຕຸ: ອຸປະສົມບົດເປັນພຣະພິກຂຸ
ໝາຍເຫດ: ສະເພາະອັນລວມອາດຈະຄືກັນ ແຕ່ອັນສະເພາະຈະມີຄວາມແຕກຕ່າງກັນບາງເລັກນ້ອຍ ບາງບ່ອນກໍມີຫຼາຍໆຢ່າງ ແລະ ບາງບ່ອນກໍມີໜ້ອຍ…

ຂໍ້ມູນອ້າງອິງ:
- ປື້ມວັດທະນະທຳລ້ານນາ
- ອິນເຕີເນັດ
- ການເລົ່າປາກຕໍ່ປາກ
- ການສຶບຖາມຜູ້ອາວຸໂສ ແລະ ອື່ນໆ
☆ຮູບພາບຈາກອິນເຕີເນັດ

[ ຂັດຈິດຂໍອະໄພຂັດໃຈກໍຂໍໂທດ ຜິດພາດປະການໃດກໍຊ່ວຍແນະນຳແດ່ເດີ ຫຼື ຜູ້ໃດມີຂໍ້ມູນອື່ນໆກໍສາມາດສົ່ງມາເຂົ້າມາໄດ້ ]
ຮຽບຮຽງໂດຍ:  ສ.ປັນຍາດີ
ກວດແກ້ໂດຍ:  ສ.ໄຊມູນຖີ, ສ.ອະລິຍະຄຳ

                                       ຂໍຂອບໃຈ




ความคิดเห็น

บทความที่ได้รับความนิยม