ຮັກທາງໄກ
@
💗ຮັກທາງໄກ💗
ເຈົ້າຈະອົດທົນໄດ້ບໍ່ ກັບຮັກບົນໄລຍະທາງທີ່ຫ່າງກັນແສນໄກ ທີ່ຄົນໜຶ່ງໃຊ້ຊີວິດທີ່ແສນງ່ອມເຫງົາຢູ່ທີ່ໄຊຍະບູລີ ຯຯຯແຕ່ອີກຄົນໜຶ່ງຕ້ອງໄປຮຽນຢູ່ຕ່າງປະເທດ ເຊື່ອບໍ່ວ່າບາງຄັ້ງຮັກແທ້ກໍບໍ່ໄດ້ແພ້ຄວາມໃກ້ຊິດສະເໝີໄປ ແຕ່ຮັກແທ້ມັນຈະແພ້ໄລຍະທາງ ແລະ ຄວາມຫ່າງໄກຢູ່ສະເໝີ ກ່ອນທີ່ຈະໄປແພ້ຄວາມໃກ້ຊິດກັບຄົນທີ່ຢູ່ໃກ້ກວ່າ ເປັນການຊ້ຳເຕີມລອບທີ່ສອງເພາະຄຳວ່າ: "ຕົວໄກ ແຕ່ໃຈໃກ້ກັນ" ບາງຄັ້ງມັນກໍເປັນໄດ້ພຽງຄຳຫວານໃນນິຍາຍເທົ່ານັນເອງ ເຫັນຈາກຄູ່ຮັກໃນສັງຄົມຫຼາຍໆຄູ່ ພໍຕົວໄກເທື່ອໃດໃຈກໍລອຍໄປໄກກວ່າຕົວທຸກເທື່ອຫຼາຍຄັ້ງເມື່ອຄວາມຮັກຕ້ອງຕົກຢູ່ກັບຄວາມກັງວົນໃນເລື່ອງຂອງຄວາມຫ່າງໄກ ສຸດທ້າຍກໍຈະຈົບລົງດ້ວຍຄຳວ່າ: "ເລີກ" ກ່ອນທີ່ໄລຍະທາງຈະເປັນຕົວແປຜັນທີ່ເຮັດໃຫ້ຕ້ອງເລີກລາກັນໄປເອງເກືອບທຸກຄູ່. ແຕ່ຖ້າຄິດຈະຮັກກັນໃນທາງໄກໄປໃຫ້ໄດ້ແບບຕະຫລອດຮອດຝັ່ງແທ້ໆ ມັນກໍເຮັດໄດ້ ແຕ່ກໍບໍ່ແມ່ນເລ່ືອງງ່າຍຄືກັນເດີ ຖ້າເຈົ້າກຳລັງຕົກຢູ່ຊ່ວງເວລານັ້ນ ລອງມາເບິ່ງກັນດີໆວ່າຕ້ອງວາງຕົວຢູ່ແບບໃດແດ່ ຈຶ່ງຈະສາມາດ ຄອງຮັກກັນໄປໄດ້.
"ເຊື່ອໃຈ ແລະ ໄວ້ໃຈ" ທຸກຄົນຮູ້ດີກັບຄຳນີ້ ອະທິບາຍໄປຫຼາຍຮອບກໍອາດຊ້ຳຢູ່ບ່ອນເກົ່າແນ່ນອນເພາະຄຳວ່າ: "ຄວາມເຊື່ອໃຈ" ມັນບໍ່ໄດ້ໃຊ້ສະເພາະແຕ່ຮັກທາງໄກເທົ່ານັ້ນ ແຕ່ມັນຕ້ອງມີກັບຄູ່ຮັກທຸກໆຄູ່ຢູ່ແລ້ວ ພຽງແຕ່ຖ້າຢູ່ໃກ້ກັນຫຼາຍໆ ສິ່ງນີ້ກໍຕ້ອງມີຫຼາຍໄປນຳ ແລະ ຕ້ອງເຊື່ອໃຈ ບວກກັບໄວ້ໃຈກັນທັງສອງຝ່າຍ ເລື່ອງຫຶງ, ຫວງ, ລະແວງ, ຢ້ານວ່າຢູ່ຫ່າງຈາກກັນແລ້ວ ເຂົາຕ້ອງມີຄົນອື່ນແນ່ນອນ ຫຼື ແຟນເຈົ້າກໍອາດຈະຄິດກົງກັນຂ້າມວ່າ: ຖ້າເຂົາບໍໍ່ຢູ່ ເຈົ້າອາດຈະທົນຢູ່ກັບຄວາມເຫງົາບໍ່ໄດ້ ຈົນຕ້ອງທົນນອກໃຈໄປຫາຄົນໃໝ່ຄືກັນ ພຽງແຕ່ຄິດກໍຜິດແລ້ວແມ່ນບໍ່ ເຊື່ອໃຈກັນ ແລະ ໜັກແໜ້ນເອົາໄວ້ ແລ້ວທຸກຢ່າງຈະຜ່ານໄປໄດ້ດ້ວຍດີ ແຕ່ໃນຄວາມເປັຍຈິງຂໍ້ນີ້ເປັນສິ່ງທີ່ເຮັດໄດ້ຍາກຫຼາຍ ຄືບາງຄູ່ຢູ່ໃກ້ໆກັນຍັງບໍ່ສາມາດເຊື່ອໃຈກັນໄດ້ເລີຍແມ່ນບໍ່. ສູ້ສູ້ເດີ!!!
"ໝັ້ນໃຈເອົາໄວ້" ຄ້າຍຄືກັນກັບຄວາມເຊື່ອໃຈ ແຕ່ເພີ່ມຄຳວ່າ: "ໝັ່ນໃຈ" ໄປອີກຄຳ ເພາະວ່າເຈົ້າຕ້ອງໝັ້ນໃຈໃນຕົວຂອງເຈົ້າເອງ ວ່າ: ເຈົ້າຈະລໍເຂົາໃຫ້ໄດ້ຄືກັນ ບໍ່ນອກໃຈໄປຫາໃຜງ່າຍໆ ບໍ່ໃຊ້ຄຳວ່າ: ເຂົາຫາຍໄປ ເຂົາບໍ່ຕິດຕໍ່ກັບມາສອງສາມມື້ກໍຄິດໄປເອງແລ້ວວ່າ: ເຂົາຕ້ອງມີຄົນໃໝ່ແລ້ວແນ່ນອນ ມັນກໍຕ້ອງມີອັນໃດອັນໜຶ່ງແດ່ແບບນັ້ນບໍ່ໄດ້ເດັດຂາດດອກ ເພາະເຈົ້າຕ້ອງໝັ້ນໃຈ ແລະ ຊື່ສັດກັບຄວາມຮັກຂອງຕົນເອງ ເຈົ້າຕ້ອງຫຼຸດການຕັດສິນໃຈຂອງຕົນເອງວ່າ: ໃນເມື່ອຈະສູ້ໄປນຳກັນແລ້ວກໍຕ້ອງໄປເຖິງຕະຫຼອກຮອດຝັ່ງໃຫ້ໄດ້ ແລະ ຕ້ອງໝັ້ນໃຈໃນຕົວເຂົາພ້ອມເດີ ວ່າເຂົາກໍຕ້ອງເປັນແບບນີ້ຄືກັນກັບເຮົາ.
"ຕິດຕໍ່ກັນຢ່າໃຫ້ຂາດ" ເລື່ອງຂອງການຕິດຕໍ່ສື່ສານເປັນສິ່ງທີສຳຄັນທີ່ສຸດໃນຄວາມຮັກບົນໄລຍະທາງທີ່ໄກແສນໄກ ຍຸກປັດຈຸບັນນີ້ມັນປ່ຽນໄປແລ້ວ ສະນັ້ນ, ເຈົ້າມີຕົວຊ່ວຍຫາກຫຼາຍທີ່ສາມາດຕິດຕໍ່ຈາກໄລຍະທາງທີ່ໄກໃຫ້ໃກ້ຂື້ນມາອີກໜ້ອຍໜຶ່ງ ເພາະວ່າມັນບໍ່ແມ່ນແຕ່ການໂທຫາ ຫຼື ສົ່ງຈົດໝາຍຄືສະໄໝກ່ອນ ເພາະຕອນນີ້ເຈົ້າສາມາດເລືອກຊ່ອງທາງຫຼາກລາຍເປັນຕົ້ນແມ່ນ: Face book, WhatsApp, Line, E-mail ແລະ ອື່ນໆ. ຂື້ນຢູ່ກັບຕົວເຈົ້າເອງແລ້ວເດີວ່າຊິເລືອກແບບໃດ ແຕ່ກໍຕ້ອງຢ່າລືມວ່າ: ບາງຄັ້ງຝ່າຍກົງກັນຂ້າມກໍອາດຢາກມີເວລາສ່ວນຕົວ ແລະ ເລື່ອງເວລາກໍເປັນສິ່ງສຳຄັນ ເພາະຢູ່ຄົນລະປະເທດ ເວລາກໍຕ້ອງຕ່າງກັນເປັນເລື່ອງທຳມະດາຢູ່ແລ້ວຢ່າໃຫ້ແຟນຂອງເຈົ້າຕ້ອງມານັ່ງລໍລົມກັນຈົນເຖິງ 23-24ໂມງ ຕະຫຼອດ ມັນຈະເມື່ອຍ ແລະ ເບື່ອໜ່າຍກັນໄປກ່ອນໄດ້ຄືກັນ. ເອົາພຽງແຕ່ພໍໜ້າຮັກ, ສົ່ງຄຳຫວານໆ, ບອກຮັກ-ບອກຄິດຮອດວັນລະນິດລະນ້ອຍກໍພໍແລ້ວຈ໋ະ...
"ຮູ້ຈັກທຳໃຈ ແລະ ເຜື່ອໃຈໄວ້ແດ່" ຂໍ້ສຸດທ້າຍເວົ້າລວມແລ້ວ ມັນກໍບໍ່ຄ່ອຍຈະດີປານໃດ ແຕ່ມັນກໍເປັນຄວາມຈິງທີ່ເຈົ້າເອງກໍຕ້ອງທຳໃຈ ແລະ ເຜື່ອໃຈໄວ້ຫຼາຍແດ່ກໍດີ ເພາະວ່າ: ບາງຄັ້ງແມ່ນຫຍັງຫຼາຍສິ່ງຫຼາຍຢ່າງມັນກໍອາດບໍ່ເປັນໄປຕາມທີ່ເຮົາຄິດສະເໝີໄປ ບາງຄັ້ງໄລຍະເວລາຫ່າງກັນ 1ປີ-2ປີ ອາດຈະພໍກັບມາສານຕໍ່ກັນຄືເກົ່າກໍໄດ້ ແຕ່ໃນກໍລະນີທີ່ຕ້ອງຫ່າງກັນຫຼາຍກວ່ານັ້ນ ບໍ່ຕ້ອງຫຼາຍເອັາພຽງແຕ່ 5ປີ ລອງຖາມໃຈຕົວເອງເບິ່ງວ່າຈະທົນໄດ້ໄຫວຫຼືບໍ່ ຖ້າທັນບໍ່ໄຫວກໍຕ້ອງທຳໃຈໄວ້ແດ່ ເພາະວ່າ: ຈັ່ງໃດກໍອາດມີວັນຕ້ອງເລີກລາກັນໄປແທ້ໆກໍໄດ້. ໃຫ້ຫຼຸດຜ່ອນຄວາມຜູກສຳພັນກັນກ່ອນຫ່າງກັນໄວ້ພຽງແຕ່ "ເພື່ອນ" ມັນກໍອາດຈະດີກວ່າຕ້ອງຈາກລາກັນແບບເບິ່ງໜ້າບໍ່ຕິດ... ==>ທຸກຂໍ້ທີ່ກ່າວມາຂ້າງເທິງນັ້ນອາດຈະເບິ່ງຍາກທັງໝົດເລີຍແມ່ນບໍໍ່ ແຕ່ເຊື່ອວ່າ: ເຈົ້າສາມາດຫຼຸດຜ່ອນໄລຍະເວລາທີ່ຫ່າງໄກກັນ ແລະຍັງຮັກກັນຢູ່ຄືເກົ່າບໍ່ມີຫຍັງປ່ຽນແປງໄດ້.
☆ຄູ່ຂອງເຈົ້າເປັນຄູ່ທີ່ຜູ້ຄົນໃນສັງຄົມອິດສາຄວາມຮັກຂອງພວກເຈົ້າທັງສອງຄົນຈະເປັນຄວາມຮັກທີ່ມີລາຍຈົນສາມາດທົນຕໍ່ທຸກບັນຫາ ນີ້ກໍຄື: ອຸປະສັກນັ້ນເອງ.
♡ຍິນດີນຳຄວາມຮັກທີ່ໝັ້ນຄົງຂອງພວກເຈົ້າ♡
💻 ຂອບໃຈທີ່ເສຍສະຫຼະເວລາອ່ານ📖
✏ໂດຍ: ປາກການ້ອຍປູ້.

ความคิดเห็น
แสดงความคิดเห็น