ບຸນກອງຫຼົວ
ບຸນກອງຫຼົວ(ກອງໂຫຼ) ຫຼື ບຸນຫຶງໄຟພຣະເຈົ້າ ເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ນັບຖືສາສະໜາພຸດມາແຕ່ເຫິງນານ ແລະ ມີຮີດຄອງປະເພນີທີ່ເປັນເອກະລັກກຂອງຕົນເອງເຊັ່ນວ່າ: ບຸນກອງໂຫຼ, ບຸນກອງເຂົ້າ, ທານທັມຫຼວງ (ບຸນພຣະເຫວດ), ບຸນປອຍ(ບັນພະຊາສາມະເນນ-ອຸປະສົມບົດພຣະພິກຂຸ), ສະຫຼາກ25-ສະຫຼາກສ້ອຍ ແລະ ບຸນອື່ນໆ. ໃນມໍ່ໆທີ່ຈະມາເຖິງນີ້ກໍຈະແມ່ນບຸນກອງໂຫຼນັ້ນເອງ. ຄຳວ່າ: ກອງຫຼົວໝາຍເຖິງກອງຟືນທີ່ນຳເອົາໄມ້ມາກໍ່ກອງກັນຂື້ນໃຫ້ມີຮູບຮ່າງທີ່ສວຍງາມແຕກຕ່າງກອງຟືນທຳມະດາ(ຫຼົວ ຫຼື ໂຫຼ ປັນພາສາລື້ ເຊິ່ງແປວ່າ: ຟືນໃນພາສາລາວ). ໄມ້ທີ່ນຳມາເຮັດກອງຫຼົວຈະຕ້ອງເປັນໄມ້ທີ່ມີໃຈ(ເສັ້ນຜ່າໃຈກາງ), ມີເປືອກທີ່ສາມາດປອກອອກໄດ້ ພິເສດກໍຄືໄມ້ທີ່ນຳມາເຮັດຫຼົວຕ້ອງເປັນໄມ້ສີຂາວເທົ່ານັ້ນ ເປັນຕົ້ນແມ່ນໄມ້ກ້ອມຕ໋າ(ໄມ້ທີ່ມີໜາມແຕ່ກົກຈົນເຖິງປາຍ), ໄມ້ໝາກຄ໊ອມ, ໄມ້ກ້າງປາ, ໄມ້ສາ... ໄມ້ທີ່ນໍາມາເຮັດຫຼົວນີ້ຕ້ອງເອົາຄົບຕາມຈຳນວນຄົນໃນຄອບຄົວ ບໍ່ພໍແຕ່ທໍ່ນີ້ຍັງເອົາເຜື່ອສັດລ້ຽງຂອງຕົນອີກດ້ວຍ. ຫຼັງຈາກຕັດມາແລ້ວຕ້ອງໄດ້ໄດ້ປອກເປືອກພ້ອມເພື່ອໃຫ້ແຫ້ງໄວ ແລະ ເຮັດໃຫ້ໄຟຈູດຕິດງ່າຍ ເມື່ອໄດ້ຄົບຕາມຈຳນວນທີ່ຕ້ອງການແລ້ວກໍນຳມາຕາກໄວ້ກ່ອນຈະຮອດມື້ກໍ່ກອງຫຼົວຢ່າງໜ້ອຍ 1ອາທິດເພື່ອໃຫ້ໄມ້ແຫ້ງ. ບຸນກອງຫຼົວຈັດຂື້ນໃ...





